ພວກເຮົາອາໄສຢູ່ອາພາຕເມັນຫລັງນ້ອຍ, ມີຫລາຍຊັ້ນ ເຊິ່ງເປັນຕືກສະໜອງທີ່ພັກອາໄສ ແກ່ ບັນດາຄອບຄົວທີ່ມີຖານະປານກາງ. ແຕ່ວ່າສະມາຊິກຄອບຄົວຂອງ ເຟລີສ ໂດເມສຕິກາ ເຊິ່ງກາຍເປັນທີ່ຈັກດີໃນຕຶກຂອງພວກເຮົາ ອາດມີຈຳນວນສະມາຊິກຫລາຍກວ່າ ມະນຸດຊະອີກ. ເພາະວ່າສັດສີ່ຕີນທີ່ມີອຸ້ງເລັບທີ່ຍ້ອນກັບເຂົ້າໄດ້ເຫຼົ່ານີ້, ຜູ້ທີ່ສາມາດເວົ້າດັງໆກ່ຽວກັບ ປະເທດຂອງພວກມັນ –ຍາດພີ່ນ້ອງຄື: ສິງ, ເສືອ, ແມວປ່າ Lynxes ແລະ ແມວປ່າພວກ Ocelot ທີ່ບໍ່ຢ້ານຜູ້ໃດໃນຂອບເຂດຂອງພວກເຮົາ. ການເພີ່ມຂຶ້ນຂອງປະຊາກອນຈຳພວກສັດປະເພດແມວທີ່ມີເກົ້າຊີວິດ ແລະ ມີອຸ້ງເລັບ ໄດ້ໃຫ້ຄວາມລຳຄານ ລົບກວນ ທຸກຄົນ ແຕ່ພວກມັນສຳພັດໃຫ້ຄວາມຕະລົກຂົບຂັນແກ່ຫລາຍຄົນ.
ແມວພວກນີ້ທີ່ຢູ່ບົນຖະໜົນຂອງພວກເຮົາມີການແບ່ງເຂດອັນເຂັ້ມງວດກ່ຽວກັບເຂດແດນ. ພື້ນທີ່ອາຄານ, ຊັ້ນທີໜຶ່ງ ແລະ ຊັ້ນທີສອງຂອງຕຶກອາຄານ, ແມວພວກນີ້ ຮັກສາ ຊັ້ນຂອງພວກມັນໄວ້ຢ່າງດີ ຍົກເວັ້ນກໍລະນີຫິວ ພວກມັນຈະຈູ່ໂຈມເຂົ້າໃນເຮືອນຄົວ ໂດຍຂ້າມຜ່ານແນວປ້ອງກັນຕ່າງໆນາໆ. ສ່ວນລະບຽງທີ່ເຄີຍຖືກໃຊ້ໂດຍ ຄົນຊົນຊັ້ນສູງໃນບາງຄັ້ງຄາວ ຈາກ ສະຫຍາຍສະໄໝກ່ອນ ຖືກຮັກສາໄວ້ ສຳລັບແມວໂຕນ້ອຍເປັນພິເສດ ເພື່ອເລຍຕົນຕົວ ແລະ ຕາກແດດ. ແມວບາງໂຕ ຊອກແຈທີ່ອົບອຸ່ນເພື່ອກະກຽມສຳລັບນອນ ບ່ອນທີ່ບໍ່ມີພື້ນທີ່ໃຫ້ແມວກະໂດດໄປມາ ເຊັ່ນວ່າປ້ອມຂອງຍາມ ບ່ອນທີ່ພວກມັນອາດໄດ້ພົບເຫັນ ເພື່ອນນອນທີ່ນັ້ນ. ພຣະເຈົ້າໃຫ້ຂອງຂວັນແກ່ແມວເຫລົ່ານີ້ ເຊິ່ງມີກ່ອງສຽງງ [ບໍລິເວນຄໍຫອຍ] ສອງອັນ ອັນໜຶ່ງສຳລັບການຄາງ ແລະ ອີກອັນໜຶ່ງສຳລັບການຮ້ອງແມວໆ ແລະ ໂສປຣາໂນສ ຕະກູນແມວ ຈຳນວນໜຶ່ງໃນເຂດຂອງພວກເຮົາ ເຮັດໃຫ້ ຜູ້ຢູ່ອາໄສທັງໝົດຕື່ນຂຶ້ນຕະຫລອດ ຍ້ອນ ຄອນເສີດຍາມຄ່ຳຄືນຂອງພວກມັນໃນຊ່ວງເວລາອັນພິເສດ.
ຜູ້ຢູ່ອາໄສຈຳນວນໜຶ່ງ ຜູ້ທີ່ຢາກໃຫ້ແມວ ສະອາດເໝືອນກັບແມວໃນແບບຮູບ ເກີດອາການບໍ່ພໍອົກພໍໃຈ ໃນເວລາ ແມວສີເທົາພວກນີ້ ເຮັດໃຫ້ເຄື່ອງຂອງພວກເຂົາຮົກເຮື້ອ. ຕົວແຫຼວໃນກຸ່ມຜູ້ຢູ່ອາໄສ ຮູ້ສືກຢ່າງແຂງກ້າວ່າຄວນຂັບໄລ່ແມວພວກນີ້ອອກໄປດ້ວຍແສ່. ແຕ່ວ່າ ນົກກາງແກກຳລັງລໍເບິ່ງວ່າ ແມວຈະກະໂດດໄປທາງໃດ. ພວກເຮົາບໍ່ຮູ້ວ່າໃຜຈະຖືກຮຽກເພື່ອເອົາກະດິງໄປຜູກຄໍແມວ!