ພວກເຮົາອາໄສຢູ່ອາພາຕເມັນຫລັງນ້ອຍ, ມີຫລາຍຊັ້ນ ເຊິ່ງເປັນຕືກສະໜອງທີ່ພັກອາໄສ ແກ່ ບັນດາຄອບຄົວທີ່ມີຖານະປານກາງ. ແຕ່ວ່າສະມາຊິກຄອບຄົວຂອງ ເຟລີສ ໂດເມສຕິກາ ເຊິ່ງກາຍເປັນທີ່ຈັກດີໃນຕຶກຂອງພວກເຮົາ ອາດມີຈຳນວນສະມາຊິກຫລາຍກວ່າ ມະນຸດຊະອີກ. ເພາະວ່າສັດສີ່ຕີນທີ່ມີອຸ້ງເລັບທີ່ຍ້ອນກັບເຂົ້າໄດ້ເຫຼົ່ານີ້, ຜູ້ທີ່ສາມາດເວົ້າດັງໆກ່ຽວກັບ ປະເທດຂອງພວກມັນ –ຍາດພີ່ນ້ອງຄື: ສິງ, ເສືອ, ແມວປ່າ Lynxes ແລະ ແມວປ່າພວກ Ocelot ທີ່ບໍ່ຢ້ານຜູ້ໃດໃນຂອບເຂດຂອງພວກເຮົາ. ການເພີ່ມຂຶ້ນຂອງປະຊາກອນຈຳພວກສັດປະເພດແມວທີ່ມີເກົ້າຊີວິດ ແລະ ມີອຸ້ງເລັບ ໄດ້ໃຫ້ຄວາມລຳຄານ ລົບກວນ ທຸກຄົນ ແຕ່ພວກມັນສຳພັດໃຫ້ຄວາມຕະລົກຂົບຂັນແກ່ຫລາຍຄົນ. ແມວພວກນີ້ທີ່ຢູ່ບົນຖະໜົນຂອງພວກເຮົາມີການແບ່ງເຂດອັນເຂັ້ມງວດກ່ຽວກັບເຂດແດນ. ພື້ນທີ່ອາຄານ, ຊັ້ນທີໜຶ່ງ ແລະ ຊັ້ນທີສອງຂອງຕຶກອາຄານ, ແມວພວກນີ້ ຮັກສາ ຊັ້ນຂອງພວກມັນໄວ້ຢ່າງດີ ຍົກເວັ້ນກໍລະນີຫິວ ພວກມັນຈະຈູ່ໂຈມເຂົ້າໃນເຮືອນຄົວ ໂດຍຂ້າມຜ່ານແນວປ້ອງກັນຕ່າງໆນາໆ. ສ່ວນລະບຽງທີ່ເຄີຍຖືກໃຊ້ໂດຍ ຄົນຊົນຊັ້ນສູງໃນບາງຄັ້ງຄາວ ຈາກ ສະຫຍາຍສະໄໝກ່ອນ ຖືກຮັກສາໄວ້ ສຳລັບແມວໂຕນ້ອຍເປັນພິເສດ ເພື່ອເລຍຕົນຕົວ ແລະ ຕາກແດດ. ແມວບາງໂຕ ຊອກແຈທີ່ອົບອຸ່ນເພື່ອກະກຽມສຳລັບນອນ ບ່ອນທີ່ບໍ່ມີພື້ນທີ່ໃຫ້ແມວກະໂດດໄປມາ ເຊັ່ນວ່າປ້ອມຂອງຍາມ ບ່ອນທີ່ພວກມັນອາດໄດ້ພົບເຫັນ ເພື່ອນນອນທີ່ນັ້ນ. ພຣະເຈົ້າໃຫ້ຂອງຂວັນແກ່ແມວເຫລົ່ານີ້ ເຊິ່ງມີກ່ອງສຽງງ [ບໍລິເວນຄໍຫອຍ] ສອງອັນ ອັນໜຶ່ງສຳລັບການຄາງ ແລະ ອີກອັນໜຶ່ງສຳລັບການຮ້ອງແມວໆ ແລະ ໂສປຣາໂນສ ຕະກູນແມວ ຈຳນວນໜຶ່ງໃນເຂດຂອງພວກເຮົາ ເຮັດໃຫ້ ຜູ້ຢູ່ອາໄສທັງໝົດຕື່ນຂຶ້ນຕະຫລອດ ຍ້ອນ ຄອນເສີດຍາມຄ່ຳຄືນຂອງພວກມັນໃນຊ່ວງເວລາອັນພິເສດ. ຜູ້ຢູ່ອາໄສຈຳນວນໜຶ່ງ ຜູ້ທີ່ຢາກໃຫ້ແມວ ສະອາດເໝືອນກັບແມວໃນແບບຮູບ ເກີດອາການບໍ່ພໍອົກພໍໃຈ ໃນເວລາ ແມວສີເທົາພວກນີ້ ເຮັດໃຫ້ເຄື່ອງຂອງພວກເຂົາຮົກເຮື້ອ. ຕົວແຫຼວໃນກຸ່ມຜູ້ຢູ່ອາໄສ ຮູ້ສືກຢ່າງແຂງກ້າວ່າຄວນຂັບໄລ່ແມວພວກນີ້ອອກໄປດ້ວຍແສ່. ແຕ່ວ່າ ນົກກາງແກກຳລັງລໍເບິ່ງວ່າ ແມວຈະກະໂດດໄປທາງໃດ. ພວກເຮົາບໍ່ຮູ້ວ່າໃຜຈະຖືກຮຽກເພື່ອເອົາກະດິງໄປຜູກຄໍແມວ! | Entry #32650 — Discuss 0 — Variant: Not specifiednone
|
ພວກເຮົາອາໄສຢູ່ໃນຫ້ອງແຖວນ້ອຍໆແຫ່ງໜຶ່ງໃນຕຶກອາຄານຫຼາຍຊັ້ນ ເຊິ່ງໃຫ້ທີ່ພັກອາໄສແກ່ຄອບຄົວຊົນຊັ້ນກາງຈໍານວນຫຼວງຫຼາຍ. ແຕ່ສະມາຊິກຄອບຄົວ Felis Domestica ທີ່ນິຍົມຕຶກອາຄານຂອງພວກເຮົາອາດມີຈຳນວນຫຼວງຫຼາຍກວ່າສະມາຊິກ Homo Sapiens. ຍ້ອນວ່າສັດສີ່ຂາເຫຼົ່ານີ້ມີອົ້ງເລັບທີ່ເຊື່ອງໄວ້, ເຊິ່ງສາມາດອວດພີ່ນ້ອງໃນເຂດຊົນນະບົດຂອງພວກມັນໄດ້ຄື: ສິງໂຕ, ເສືອ, ແມວປ່າ ແລະ ເສືອແມວ ບໍ່ຢ້ານກົວຫຍັງທັງນັ້ນໃນບໍລິເວນໃກ້ຄຽງພວກເຮົາ. ປະຊາກອນແມວທີ່ມີອົ້ງເລັບເກົ້າຊີວິດກຳລັງເພີ່ມຂຶ້ນໄດ້ກໍ່ກວນທຸກຄົນ ແຕ່ຊ່ວຍເປັນການຜ່ອນຄາຍດ້ວຍເລື່ອງມ່ວນຊື່ນໃຫ້ກັບຄົນຈຳນວນຫຼາຍ. ແມວເຫຼົ່ານີ້ໃນຖະໜົນຂອງພວກເຮົາມີການແບ່ງແຍກເຂດແດນຂອງພວກມັນເອງຢ່າງເຂັ້ມງວດ. ຊັ້ນລຸ່ມ, ແມວນັກລ່າໜູປະຈຳຊັ້ນໜຶ່ງ ແລະ ຊັ້ນສອງຈະຢູ່ພື້ນ ຍົກເວັ້ນສໍາລັບການຈູ່ໂຈມຢ່າງຫິວໂຫຍໃນຫ້ອງຄົວທີ່ເໜືອເສັ້ນຄວບຄຸມ. ລະບຽງນັ້ນແມ່ນສະຫງວນໄວ້ສະເພາະສຳລັບແມວໜຸ່ມ ແລະ ບາງຄັ້ງກໍ່ຖືກນຳໃຊ້ໂດຍພວກຂຸນນາງຈາກສະຫຍາມໃນສະໄໝກ່ອນເພື່ອເລຍຕົນໂຕ ແລະ ອາບແດດ. ແມວຜູ້ບາງຕົວຊອກຫາມຸມອົບອຸ່ນສະບາຍເພື່ອນອນຄາງໃນແຈຫ້ອງມູມນ້ອຍໆ, ເຊັ່ນ: ປ້ອມຍາມ, ບ່ອນທີ່ພວກມັນອາດພົບເຫັນແມວທີ່ໜ້າສັງເວດກຳລັງງີບຫຼັບຢູ່. ພະເຈົ້າໃຫ້ຂອງຂວັນແມວເຫຼົ່ານີ້ເປັນກ່ອງສຽງສອງກ່ອງສໍາລັບຮ້ອງຄາງ ແລະ ອີກກ່ອງໜຶ່ງສໍາລັບຮ້ອງແມວໆ ແລະ ສຽງສູງຂອງແມວສອງສາມຕົວຢູ່ໃນທ້ອງຖິ່ນຂອງພວກເຮົາ ເຮັດໃຫ້ຊາວບ້ານທຸກຄົນຕື່ນຕົວດ້ວຍວົງດົນຕີຍາມຄ່ຳຄືນໃນໂອກາດພິເສດ. ຊາວບ້ານບາງຄົນທີ່ຕ້ອງການເປັນຄົນສະອາດຄືຕີນແມວຈະຫງຸດຫງິດ ເມື່ອແມວສີໝົ່ນເຫຼົ່ານີ້ເຮັດໃຫ້ສິ່ງຂອງເປິເປື້ອນ. ຜູ້ກະຫາຍສົງຄາມຢູ່ໃນໝູ່ຊາວບ້ານຮູ້ສຶກວ່າຄວນຂັບໄລ່ແມວເຫຼົ່ານີ້ອອກໄປດ້ວຍແສ້ເກົ້າສາຍ. ແຕ່ຄົນໂງ່ຍັງບໍ່ຕັດສິນໃຈກຳລັງລໍຖ້າເບິ່ງວ່າແມວຈະໂດດໄປທາງໃດ. ເອົາລະ, ພວກເຮົາບໍ່ຮູ້ວ່າຈະເອີ້ນໃຜໃຫ້ເຮັດເລື່ອງຍາກໆ! | Entry #33688 — Discuss 0 — Variant: Not specifiednone
|